Acerca de WMP | World Mosquito Program Ir al contenido principal
Wolbachia (verde) en los ovarios de los mosquitos Aedes aegypti
 

ວິທີການ ໂວບັກເຄຍ ຂອງໂຄງການຄວບຄຸມປະຊາກອນຍຸງໂລກ WMP

ໂຄງການເຮົາໄດ້ນຳໃຊ້ ວິທີການ ໂວບັກເຄຍ (Wolbachia) ຊື່ງຕັ້ງຊື່ຕາມເຊື້ອຈຸລິນຊີ ໂວບັກເຄຍ. ໂວບັກເຄຍ ເປັນເຊື້ອຈຸລິນຊີດີ ພົບເຫັນຢູ່ນຳທຳມະຊາດ. 50-60% ຂອງແມງໄມ້ຊະນິດຕ່າງໆມີເຊື້ອຈຸລິນຊີ ໂວບັກເຄຍ ຢູ່ໃນຕົວ. ອີງຕາມການຄົ້ນຄວ້າວິໄຈ ແລະ ຜົນການທົດລອງຂອງໂຄງການຄວບຄຸມປະຊາກອນຍຸງໂລກ ໃຫ້ຮູ້ວ່າ ເຊື້ອຈຸລິນຊີ ໂວບັກເຄຍ ສາມາດຢັບຢັ້ງ ແລະ ຫຼຸດຜ່ອນຄວາມສາມາດຂອງຍຸງໃນການສົ່ງເຊື້ອໄວຣັສ ໄຂ້ຍຸງລາຍ, ໄຂ້ຊີກ້າ, ໄຂ້ຊີກຸນກຸນຢາ ແລະ ໄຂ້ຕົວເຫຼືອງ ໄປຫາຄົນໄດ້.

ການເພີ່ມຂຶ້ນຂອງຈຳນວນປະຊາກອນຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ນອກຈາກຈະຊ່ວຍຢັບຢັ້ງການແຜ່ລະບາດຂອງພະຍາດທີ່ມີຍຸງເປັນພາຫະນຳເຊື້ອແລ້ວ ມັນຍັງເປັນວີທີການທີ່ປອດໄພ ຕໍ່ຄົນ, ສັດ, ສິ່ງແວດລ້ອມ ມີຄວາມຍືນຍົງ ແລະ ໄດ້ຜົນໄລຍະຍາວ ໃນການຊ່ວຍໃຫ້ຊຸມຊົນຫຼຸດຜ່ອນຈາກການເຈັບປ່ວຍດ້ວຍພະຍາດມີທີ່ຍຸງລາຍເປັນພາຫະນຳເຊື້ອ. ມີຫຼັກຖານອ້າງອີງວ່າ ຂົງເຂດພື້ນທີ່ທີ່ມີຄວາມໜາແໜ້ນສູງຂອງປະຊາກອນຍຸງທີ່ມີເຊື້ອ ໂວບັກເຄຍ ຂົງເຂດນັ້ນບໍ່ມີການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ. ພວກເຮົາຕ້ອງຂອບໃຈ ເຊື້ອຈຸລິນຊີນ້ອຍໆ ທີ່ເອີ້ນວ່າ ໂວບັກເຄຍ, ດ້ວຍການຮ່ວມແຮງຮ່ວມໃຈກັນພວກເຮົາສາມາດເຮັດສີ່ງທີ່ບໍ່ໜ້າເຊື່ອໄດ້.

ນັບຕັ້ງແຕ່ປີ 2011, ພວກເຮົາໄດ້ດໍາເນີນການທົດລອງ ວິທີການ ໂວບັກເຄຍ ຢູ່ພາກສະໜາມ ໃນຫຼາຍພາກພື້ນຂອງໂລກ.

ຜົນໄດ້ຮັບຈາກການຕິດຕາມໃນໄລຍະຍາວສະແດງໃຫ້ເຫັນວ່າ ໂວບັກເຄຍ ມີຄວາມຍືນຍົງດ້ວຍຕົວມັນເອງໄດ້ໃນລະ ດັບສູງ ໂດຍສະເພາະໃນເຂດພື້ນທີ່ທີ່ໂຄງການຄວບຄຸມປະຊາກອນຍຸງໂລກ ໄດ້ຈັດຕັ້ງປະຕິບັດໂຄງການເປັນສ່ວນໃຫຍ່, ໃນບາງພື້ນທີ່ຂອງໂຄງການ ໂວບັກເຄຍ ແມ່ນມີຄວາມຍືນຍົງນານເຖິງແປດປີຫຼັງຈາກປ່ອຍຍຸງ. ໃນເຂດພື້ນທີ່ມີຍຸງລາຍຖືເຊື້ອ ໂວບັກເຄຍ ໃນອັດຕາສູງ, ພວກເຮົາບໍ່ໄດ້ພົບເຫັນການລະບາດຂອງພະຍາດໄຂ້ຍຸງລາຍ.

 

2021 Impactos
 

ຜົນໄດ້ຮັບ

ຫຼັກຖານພິສູດຂອງພວກເຮົາ

ພວກເຮົາໄດ້ມີຫຼັກຖານພິສູດກ່ຽວກັບປະສິດທິພາບ ແລະ ຄວາມປອດໄພ ຂອງວິທີການ ໂວບັກເຄຍ ເຊີ່ງໄດ້ປະຕິບັດໂຄງການຢູ່ໃນ 12 ປະເທດ ໃນນັ້ນລວມມີ ສປປ ລາວ ນຳເຊີ່ງເປັນປະເທດທີ່ຫາກໍ່ລິເລີ່ມປະຕິບັດໂຄງການດັ່ງກ່າວ.

ມາຮອດໄລຍະເດືອນມິຖຸນາ ຂອງປີ 2021, ໂຄງການຂອງພວກເຮົາໄດ້ປ່ອຍຍຸງຖືເຊື້ອ ໂວບັກເຄຍ ຢູ່ຫຼາຍພື້ນທີ່ ທີ່ມີຈຳນວນປະຊາກອນໄດ້ຮັບຜົນປະໂຫຍດທັງໝົດຫຼາຍກວ່າ 7.7 ລ້ານຄົນ. ໃນເຂດພື້ນທີ່ມີຄວາມຍືນຍົງຂອງເຊື້ອຈຸລິນຊີ ໂວບັກເຄຍ ໃນລະດັບສູງ, ອັດຕາການເກີດ ພະຍາດໄຂ້ຍຸງລາຍ ແມ່ນມີທ່າອ່ຽງຫຼຸດລົງຢ່າງຫຼວງຫຼາຍ.

 

ຜົນໄດ້ຮັບຂອງການປະຕິບັດວິທີການ ໂວບັກເຄຍ ໃນເຂດໂຄງການຂອງພວກເຮົາສະແດງໃຫ້ເຫັນວ່າອັດຕາການຕິດເຊື້ອໄຂ້ຍຸງລາຍໃນສະຖານທີ່ປ່ອຍຍຸງລາຍມີເຊື້ອ ໂວບັກເຄຍ ແມ່ນມີໜ້ອຍກວ່າພື້ນທີ່ທີ່ບໍ່ໄດ້ປ່ອຍຍຸງດັ່ງກ່າວ.

ການທົດລອງມາດຕະຖານຄຳ ຄັ້ງຫຼ້າສຸດຂອງພວກເຮົາຢູ່ເມືອງ ໂຢກຢາກາຕາ Yogyakarta ປະເທດ ອິນໂດເນເຊຍ ສະແດງໃຫ້ເຫັນວ່າອັດຕາການເກີດພະຍາດໄຂ້ຍຸງລາຍໄດ້ຫຼຸດລົງ 77%. ອັດຕາການເຂົ້າໂຮງໝໍເພື່ອປີ່ນປົວພະຍາດໄຂ້ຍຸງລາຍໃນເຂດພື້້ນທີ່ປ່ອຍຍຸງຖືເຊື້ອ ໂວບັກເຄຍ ຫຼຸດລົງ 86% ຖ້າທຽບໃສ່ກັບເຂດພື້ນທີ່ບໍ່ໄດ້ປ່ອຍຍຸງ.

Comunidad
 

ການເຫັນດີເຫັນພ້ອມ/ຍິນຍອມຂອງຊຸມຊົນ

ພວກເຮົາປະຕິບັດໂຄງການຢູ່ຫຼາຍປະເທດໃນທົ່ວໂລກ ເພື່ອຊ່ວຍຫຼຸດຜ່ອນ ອັດຕາການເກີດພະຍາດທີ່ແມ່ນຍຸງເປັນພາຫະນຳເຊື້ອ ແລະ ຍັງເປັນໄພຄຸກຄາມ.

ໂຄງການຄວບຄຸມປະຊາກອນຍຸງໂລກ ເຮັດໄດ້ວຽກຢ່າງໃກ້ຊິດກັບຊຸມຊົນ, ອໍານາດການປົກຄອງທ້ອງຖີ່ນ ແລະ ຂະແໜງການສາທາລະນະສຸກທີ່ກ່ຽວຂ້ອງ. ຂົງເຂດພື້ນທີ່ໃດມີແຜນການທີ່ຈະປ່ອຍຍຸງທີ່ຖືເຊື້ອ ໂວບັກເຄຍ ຕ້ອງໄດ້ຜ່ານຂະບວນການເຮັດສຳຫຼວດປະເມີນຄຳຄິດເຫັນຂອງປະຊາຊົນທີ່ອາໄສຢູ່ໃນຂົງເຂດພື້ນທີ່ໂຄງການກ່ອນປ່ອຍຍຸງທີ່ມີເຊື້ອຈຸລິນຊີ ໂວບັກເຄຍ.

¿Quiere saber más sobre el World Mosquito Program y nuestro método sostenible y basado en la naturaleza Wolbachia ?